New insight: Building an actionable exposure program

Insight

ໃຜໆກໍເປັນໄດ້ Tech Talent ທີ່ຫາໂຕຈັບໄດ້ຍາກ

ສະບາຍດີມື້ນີ້ຈະມາກັບບົດຄວາມທີ່ບໍ່ແມ່ນ security technical, ແຕ່ຈະມາຂຽນໃນຫົວຂໍ້ທີ່ໜ້າຈະເປັນປະໂຫຍດໃນວົງກວ້າງຂຶ້ນໂດຍສະເພາະຄົນທີ່ຢູ່ໃນສາຍໄອທີທັງນັກສຶກສາ ແລະຜູ້ທີ່ເຮັດວຽກໄປແລ້ວ, ມື້ນີ້ຈະມາເວົ້າເຖິງການພັດທະນາໂຕເອງແນວໃດໃຫ້ເຮົາກາຍເປັນ Tech Talent ໃນອຸດົມຄະຕິຂອງອົງກອນຕ່າງໆ ແບບທີ່ວ່າຊີວິດນີບໍ່ຕ້ອງຢ້ານເລີຍວ່າຈະລຳບາກ ຫຼື ບໍ່ມີວຽກເຮັດ.

Person standing on a mountain viewpoint
Photo by Danka & Peter on Unsplash

ກ່ອນອື່ນຂໍໝາຍເຫດກ່ອນວ່ານີ້ແມ່ນຄວາມຄິດສ່ວນບຸກຄົນຈາກປະສົບການທີ່ເຮັດບໍລິສັດທີ່ໃຫ້ບໍລິການດ້ານ Security ເຊິ່ງກໍຕ້ອງການ Tech Talent ທີ່ມີຄວາມຮູ້ຮອບດ້ານ, ພື້ນຖານທີ່ແໜ້ນ ແລະ ທີ່ສາມາດໄປແຂ່ງຂັນກັບຕ່າງປະເທດໄດ້. ອາດຈະບໍ່ກົງກັບທຸກໆອົງກອນແຕ່ຄາດວ່າໜ້າຈະບໍ່ຕ່າງກັນຫຼາຍ.

ມາເລີ່ມກັນເລີຍ! ກ່ອນຈະເປັນ Tech Talent ໄດ້ເຮົາກໍຕ້ອງມາຮູ້ຈັກກັນກ່ອນວ່າ Tech Talent ແມ່ນຫຍັງ?

Tech Talent ອ້າງອີງເຖິງບຸກຄົນທີ່ມີຄວາມຮູ້, ທັກສະ ແລະ ຄວາມຊຳນານໃນຂະແໜງເຕັກໂນໂລຊີໃນລະດັບສູງ. Tech Talent ໃນນີ້ເວົ້າລວມເຖິງຫຼາກຫຼາຍສາຍອາຊີບບໍ່ວ່າຈະ software engineer, data scientist, web developer, product manager, security engineer ແລະ ອື່ນໆອີກຫຼາກຫຼາຍ.

ໃຜແດ່ທີ່ຕ້ອງການ Tech Talent?

ປັດຈຸບັນນີ້ເກືອບທຸກອົງກອນທີ່ຕ້ອງການ Tech Talent ບໍ່ວ່າຈະເປັນພາກລັດ ແລະ ເອກະຊົນຕັ້ງແຕ່ Start-up ຈົນເຖິງອົງກອນຂະໜາດນ້ອຍ ເຖິງ ໃຫຍ່ ແລະ ແນ່ນອນຖ້າຕ້ອງການສ້າງ Tech Start-up ເປັນຂອງໂຕເອງຜູ້ສ້າງກໍຕ້ອງມີຄວາມສາມາດສູງເຊັ່ນກັນ.

ເປັນຫຍັງອົງກອນຕ່າງໆຈຶ່ງຕ້ອງການ Tech Talent?

ໂລກປັດຈຸບັນນີ້ໝຸນໄວຫຼາຍເຕັກໂນໂລຊີກໍມີບົດບາດກັບການດຳເນີນທຸລະກິດນັບມື້ນັບຫຼາຍຂຶ້ນ, ສະນັ້ນອົງກອນຕ່າງໆຈຶ່ງຕ້ອງການຄົນທີ່ຈະເຂົ້າມາສ້າງຄວາມປ່ຽນແປງພາຍໃນອົງກອນໃຫ້ທັນຍຸກທັນສະໄໝ, ມີໄອເດຍນະວັດຕະກຳໃໝ່ໆ ແລະ ສາມາດນຳພາອົງກອນຫັນປ່ຽນສູ່ດິຈິຕອລຢ່າງບໍ່ມີຮອຍຕໍ່ ແລະ ພ້ອມຕໍ່ສູ້ກັບຕະຫຼາດທີ່ດຸເດືອດໄດ້.

ຢາກເປັນ Tech Talent ຕ້ອງເຮັດແນວໃດ?

ສິ່ງທີ່ຕ້ອງບັນລຸໃນຖານະ Tech Talent ມີດັ່ງນີ້:

Fist breaking through an illustrated brick wall

1. ທຳລາຍກຳແພງພາສາ

ຫຼາຍຄົນເຄີຍມາຖາມຜູ້ຂຽນວ່າຮຽນ IT ຕ້ອງຮຽນພາສາຫຍັງກ່ອນດີຜູ້ຂຽນກໍໄດ້ຕອບໄປແບບຕິດຕະຫຼົກວ່າ “ພາສາອັງກິດ” ແຕ່ຄວາມຈິງແລ້ວບໍ່ແມ່ນເລື່ອງຕະຫຼົກແຕ່ຢ່າງໃດ ກຳແພງໃຫຍ່ທີ່ຂວາງທາງ IT engineer ບ້ານເຮົາກໍຄືກຳແພງພາສານີ້ລະ ພາສາອັງກິດມີຄວາມສຳຄັນຫຼາຍໃນສາຍນີ້ເພາະທຸກໆບົດຮຽນໃໝ່, ເຕັກນິກໃໝ່ໆ ຫຼື ວິທີການແກ້ໄຂບັນຫາຕ່າງໆລ້ວນແລ້ວແຕ່ຖືກບັນທຶກເປັນພາສາອັງກິດ, ການສອບເສັງຍົກລະດັບຄວາມຮູ້ຄວາມສາມາດທາງດ້ານເຕັກນິກລະດັບສູງກໍລ້ວນແລ້ວແຕ່ເປັນພາສາອັງກິດ. ສະນັ້ນກຳແພງພາສາອັງກິດເປັນສິ່ງທຳອິດທີ່ Tech Talent ບ້ານເຮົາຕ້ອງທຳລາຍ.

Tree with roots visible beneath the ground

2. ຮູ້ເລິກຮູ້ຈິງ ພື້ນຖານແໜ້ນປຶກ

ການທີ່ເຮົາໂດດຂ້າມໄປຮຽນສິ່ງທີ່ຕະຫຼາດຕ້ອງການເລີຍບໍ່ຜິດ ແຕ່ຖ້າເວົ້າໃນແງ່ Tech Talent ຄຸນນະພາບສູງສິ່ງທີ່ພວກເຮົາເຮັດຢູ່ອາດຈະຍັງບໍ່ຕອບໂຈດປານໃດ, ແມ່ນຢູ່ວ່າສິ່ງທີ່ຕະຫຼາດຕ້ອງການຄື Software ທີ່ຕອບໂຈດທຸລະກິດເຂົາເຈົ້າ, ແຕ່ຖ້າຂາດພື້ນຖານຫຼືຄວາມເຂົ້າໃຈການເຮັດວຽກຂອງລະບົບຕ່າງໆຢ່າງເລິກເຊິ່ງມັນຈະເປັນຜົນກຳ ຫຼື Technical debt ທີ່ຕ້ອງໃຊ້ໃນອະນາຄົດ.

ການພັດທະນາລະບົບໃຫ້ໃຊ້ໄດ້ໃຜໆກໍເຮັດໄດ້ແຕ່ພັດທະນາລະບົບທີ່ Performance ດີ ແລະ ພ້ອມສຳລັບການ scale ໜ້ອຍຄົນຈະເຮັດໄດ້ດີ.

Tech Talent ຕ້ອງມີພື້ນຖານດ້ານ Computer ທີ່ດີຫຼາຍເຊັ່ນວ່າກ່ອນທີ່ຈະຮຽນຂຽນໂປແກມເຮົາໄດ້ເຂົ້າໃຈການເຮັດວຽກຂອງຄອມພິວເຕີກ່ອນວ່າມັນເຮັດວຽກແນວໃດ, OS ເຮັດວຽກແນວໃດ, ຮຽນຂຽນໂປແກມແລ້ວມັນ Compile ແນວໃດ? ເກັບຂໍ້ມູນໃນ Ram ແນວໃດ? ແລ້ວຄວນເນັ້ນໄປໂຟກັສດ້ານ Performance ຫຼາຍຂຶ້ນເຊັ່ນ: ການປະກາດໂຕປ່ຽນແຕ່ລະຊະນິດທີ່ມີຄວາມແຕກຕ່າງລະດັບ bytes ມີຜົນກະທົບແນວໃດຕໍ່ລະບົບລະດັບນ້ອຍ ເຖິງລະບົບທີ່ມີຂໍ້ມູນຫຼາຍລ້ານ record, ການຂຽນ query ຂໍ້ມູນແບບໃດໃຫ້ກິນຊັບພະຍາກອນໜ້ອຍສຸດເພື່ອຫຼີກລ່ຽງບໍ່ໃຫ້ຕິດຄໍຂວດເມື່ອລະບົບໃຫຍ່ຂຶ້ນ.

Data Structure and Algorithm ເປັນຫົວຂໍ້ທີ່ສຳຄັນຫຼາຍເມື່ອເຮົາຈະພັດທະນາລະບົບທີ່ມີຄວາມຊັບຊ້ອນສູງແຕ່ບ້ານເຮົາອາດຈະບໍ່ໄດ້ focus ໃສ່ຫົວຂໍ້ນີ້ຫຼາຍພໍປານໃດ.

ເລື່ອງພື້ນຖານເຫຼົ່ານີ້ລ້ວນແລ້ວແຕ່ຖືກເບິ່ງຂ້າມ ແຕ່ຖ້າຢາກເປັນ Tech Talent ຜູ້ອ່ານຈະເບິ່ງຂ້າມບໍ່ໄດ້.

Question everything: chalkboard illustration

3. ຂີ້ສົງໄສ ຕື່ນເຕັ້ນກັບຄວາມຮູ້ໃໝ່ໆ

ບາງເທື່ອສິ່ງທີ່ເຮົາຮຽນມາຈົນເມື່ອຍຊ່ຽວຊານໄດ້ບໍ່ດົນອາດຈະ outdated ແລ້ວ, ເຮົາກໍຈຳເປັນຕ້ອງໄດ້ສຶກສາສິ່ງໃໝ່ໆໃຫ້ທັນໂລກ, ສະນັ້ນເຮົາຕ້ອງສ້າງນິໄສຂີ້ສົງໄສ ມ່ວນໄປກັບການທົດລອງຫຍັງໃໝ່ໆ ເມື່ອໄດ້ລອງແລ້ວຕ້ອງມາ compare ກັບເຕັກໂນໂລຊີທີ່ເຮົາໃຊ້ກ່ອນໜ້ານີ້ວ່າມັນດີກວ່າແທ້ບໍ່ ຂໍ້ດີ-ຂໍ້ເສຍ ຂອງແຕ່ລະອັນແມ່ນແນວໃດ? ກໍລະນີໃດໃຊ້ເຕັກໂນໂລຊີໂຕນີ້, ບໍ່ແມ່ນວ່າທຸກອັນທີ່ໃໝ່ຈະດີໝົດ ຕ້ອງເບິ່ງຕາມໜ້າງານວ່າອັນໃດເໝາະກວ່າກັນ.

Problem solving: problem, thinking, solution

4. ທັກສະການແກ້ໄຂບັນຫາ

ທັກສະນີ້ຖືເປັນໜຶ່ງໃນທັກສະທີ່ສຳຄັນທີ່ສຸດບໍ່ວ່າໃຜກໍຢາກໄດ້ຄົນເກັ່ງເຂົ້າມາແກ້ໄຂບັນຫາເພື່ອໃຫ້ອົງກອນສາມາດໄປຕໍ່ໄດ້ດ້ວຍວິທີທີ່ດີທີ່ສຸດ. ຖ້າຫາກວ່າເຮົາມີທັກສະການແກ້ໄຂບັນຫາທີ່ດີ ບໍ່ວ່າບັນຫາຈະມາຮູບແບບໃດເຮົາກໍສາມາດຮັບມືກັບມັນໄດ້ຊອກຫາທາງອອກໃຫ້ຜູ້ທີ່ມີສິດຕັດສິນໃຈໄດ້ຢ່າງໜ້ອຍ 2 ຫຼື 3 ທາງອອກແບບນີ້ຈະຊ່ວຍອົງກອນໄດ້ຫຼາຍທີ່ສຸດ.

ແຕ່ບໍ່ແມ່ນທຸກຄົນຈະສາມາດມີທັກສະການແກ້ໄຂບັນຫາທີ່ດີໄດ້ໂດຍບໍ່ຜ່ານການເຝິກຝົນ, ທັກສະນີ້ສາມາດເຝິກໄດ້ຫຼາກຫຼາຍວິທີ.

ຖ້າຜູ້ອ່ານອາຍຸຍັງໜຸ່ມນ້ອຍຫຼືຢູ່ຊ່ວງໄວຮຽນໃຫ້ຕັ້ງໃຈຮຽນວິຊາຄະນິດສາດຫຼາຍໆ, ເຖິງວ່າສູດຄິດໄລ່ຫຼາຍໆຢ່າງທີ່ເຮົາໄດ້ຮຽນອາດຈະບໍ່ໄດ້ນຳໃຊ້ໃນຊີວິດຈິງທັງໝົດແຕ່ສິ່ງທີ່ໄດ້ມາຈາກການຕັ້ງໃຈຮຽນຄະນິດສາດຄື “ວິທີຄິດ” ການຄິດຢ່າງເປັນລະບົບມີຫຼັກການ ແລະຂັ້ນຕອນທີ່ຊັດເຈນ, ສິ່ງນີ້ຖືວ່າເປັນສິ່ງທີ່ສຳຄັນຫຼາຍໃນການເປັນ Tech Talent.

ຖ້າຫາກວ່າອາຍຸໃຫຍ່ຂຶ້ນມາແນ່ແລ້ວຂຽນໂປແກມເປັນແນ່ແລ້ວແຕ່ຮູ້ສຶກວ່າຍັງບໍ່ເກັ່ງສາມາດເຝິກ ແລະພັດທະນາທັກສະການຂຽນໂປແກມຜ່ານໂຈດບັນຫາທີ່ຈະຊ່ວຍໃຫ້ເຮົາຄິດກຶ່ງໆອອກໄປທາງຄະນິດສາດ, ສາມາດໄປເຝິກຢູ່ທີ່ເວັບ hackerrank ຫຼື leetcode ໃຫ້ເຂົ້າໃຈວ່າການຂຽນໂປແກມກໍຄືການແກ້ໄຂບັນຫາ ສະນັ້ນການວິເຄາະບັນຫາກ່ອນແກ້ຖືເປັນທັກສະທີ່ຕ້ອງໄດ້ເຝິກຝົນຫຼາຍໆ.

Colourful light-bulb illustration representing creativity

5. ຄວາມຄິດສ້າງສັນ

ຄວາມຄິດສ້າງສັນຈະເຂົ້າມາຊ່ວຍໃຫ້ເຮົາເປັນຄົນທີ່ມີມຸມມອງຕໍ່ບັນຫາຕ່າງໆແຕກຕ່າງຈາກຄົນອື່ນ, ເຊິ່ງບັນຫາໜຶ່ງມີວິທີແກ້ໄຂຫຼາກຫຼາຍວິທີແຕ່ຄົນສ່ວນຫຼາຍກໍຈະຢູ່ກັບສິ່ງທີ່ມັນ work ຢູ່ແລ້ວເລີຍອາດຈະບໍ່ໄດ້ພະຍາຍາມຄິດນອກກອບເພື່ອຫາຫົນທາງການແກ້ໄຂບັນຫາດ້ວຍວິທີໃໝ່ໆທີ່ດີກວ່າ.

Discipline and goals: person jumping across a gap

6. ວິໄນ

ທັງໝົດທີ່ກ່າວມາຂ້າງເທິງຈະໝົດປະໂຫຍດທັນທີຖ້າຫາກເຮົາບໍ່ມີວິໄນ, ການສ້າງວິໄນກໍຄືກັບການສ້າງນິໄສແຫ່ງການຮຽນຮູ້ຂອງເຮົາ ເຮັດໃຫ້ເຮົາກ້າທີ່ຈະອອກໄປຈາກ Comfort zone ເພື່ອສຶກສາສິ່ງໃໝ່ ແລະເຝິກຝົນທັກສະການແກ້ໄຂມາຢ່າງສະໝ່ຳສະເໝີຈົນສາມາດດຶງສັກກະຍະພາບສ່ວນນີ້ທີ່ຢູ່ໃນໂຕເຮົາເອງອອກມາໃຊ້ຢ່າງເປັນທຳມະຊາດ ແລະ ມີປະສິດທິພາບ.

TEAM: Together Everyone Achieves More

7. Team Player

“ຖ້າຢາກໄປໃຫ້ໄວ ຈົ່ງໄປຄົນດຽວ ແຕ່ຖ້າຢາກໄປໃຫ້ໄກ ຈົ່ງໄປນຳກັນ” ສຸພາສິດນີ້ເປັນສິ່ງທີ່ຖືກຕ້ອງທີ່ສຸດ. ນອກຈາກທັກສະຕ່າງໆສ່ວນໂຕແລ້ວ, ການເຮັດວຽກເປັນທີມເປັນສິ່ງທີ່ສຳຄັນຫຼາຍ ເພາະການທີ່ຈະນຳພາອົງກອນສູ່ຄວາມສຳເລັດ ຈຳເປັນຕ້ອງມີການຮ່ວມແຮງຮ່ວມໃຈກັນບຸກບືນສູ່ເປົ້າໝາຍດຽວກັນ.

ທັງໝົດນີ້ຄື 7 ຫົວຂໍ້ຫຼັກໆທີ່ຜູ້ຂຽນໃນຖານະຜູ້ນຳຂອງບໍລິສັດ Cyberus ຊອກຫາຈາກ Tech Talent ທີ່ຢາກມາເປັນສ່ວນໜຶ່ງໃນທີມຂອງພວກເຮົາ ແລະ ເຊື່ອວ່າອົງກອນອື່ນໆກໍຊອກຫາຄົນຄ້າຍໆກັນ. ພວກເຮົາ Cyberus ກໍພະຍາຍາມສ້າງບຸກຄະລາກອນທີ່ມີຄຸນສົມບັດເຫຼົ່ານີ້ຜ່ານ Community Lao Hacker ຂອງພວກເຮົາເພື່ອໂອກາດທີ່ເປີດກວ້າງ ແລະ ສູ່ການເປັນ Global Tech Talent ຄົນລາວໃນອະນາຄົດ.

Talk to a specialist

Tell us about your environment, timing and the outcome you need, and a member of the Cyberus team can follow up to discuss scope.

Talk to a specialist
Talk to a specialist